ປະຫວັດຄວາມເປັນມາຂອງສະຖາບັນເຕັກໂນໂລຊີວຽງຈັນ

ສະຖາບັນເຕັກໂນໂລຊີວຽງຈັນ ມີຊື່ຫຍໍ້ວ່າ: ສຕວ (Vientiane Institute of Technology: VIOT) ກຳເນີດຈາກການພັດທະນາ ແລະ ການ ຂະຫຍາຍໂຕຂອງບໍລິສັດ ດີເອມ (DM) ກໍ່ສ້າງ. ຈາກປະສົບການ ແລະ ຜົນສຳເລັດໃນການດຳເນີນທຸລະກິດການກໍ່ສ້າງ ແລະ ສິ່ງແວດລ້ອມ ຕະຫລອດໄລຍະ 13 ປີ, ບໍລິສັດ DM ກໍ່ສ້າງ ມີຄວາມຕັ້ງໃຈຢາກກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຢ່າງເປັນລະບົບ, ສ້າງນັກວິຊາການ ໃນຂະແໜງການທີ່ຕົນເອງມີຄວາມຊ່ຽວຊານ ເພື່ອຕອບສະໜອງໃຫ້ແກ່ສັງຄົມ,ແນໃສ່ເຮັດໃຫ້ການສິດສອນຢູ່ສະຖາບັນເຕັກໂນໂລຊີ ຕິດພັນກັບຄວາມ ຮຽກຮ້ອງຕ້ອງການຂອງວຽກງານໂຕຈິງ. ອີກດ້ານໜຶ່ງ, ປະທານບໍລິສັດ DM ມີຄວາມຕັ້ງໃຈ ຢາກມີສ່ວນຮ່ວມໃນການ ພັດທະນາໃນຂະແໜງການ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ເພາະຄຶດວ່າຂະແໜງການດັ່ງກ່າວນີ້ ກໍແມ່ນຂະແໜງການໜຶ່ງທີ່ນອນຢູໃນບຸລິມະສິດຂອງແຜນການການພັດທະນາ ປະເທດຊາດ.